[SB101/Lao] ເຈ້ຍໜຶ່ງໃບ (ການສັງລວມຂໍ້ມູນທີ່ສຳຄັນໃນເຈ້ຍໜຶ່ງໃບ)

ເຈ້ຍໜຶ່ງໃບ ຫຼື One Pager ແມ່ນວິທີການໃຫ້ຂໍ້ມູນໂດຍລວມ ກ່ຽວກັບທຸລະກິດທີ່ເກີດຂຶ້ນໃໝ່, ໂຄງການ ຫຼື ແນວຄິດຂອງທ່ານ.ທ່ານ ໂດຍພຽງແຕ່ ຕອບຄຳຖາມຫຼັກ ທີ່ຢູ່ໃນຮ່າງເທົ່ານັ້ນ, ທ່ານທ່ານກໍສາມາດໃຫ້ຂໍ້ມູນໂດຍລວມກ່ຽວກັບທ່ານທ່ານວິສາຫະກິດສັງຄົມ ແກ່ກຸ່ມເປົ້າໝາຍຂອງທ່ານໄດ້, ສາມາດອະທິບາຍວ່າ ທຸລະກິດຂອງທ່ານທ່ານສາມາດເຕີມເຕັມຊ່ອງວ່າງໃນຕະຫຼາດໄດ້ແນວໃດ, ທ່າແຮງໃນອານາຄົດ, ແລະ ຊຸມຊົມສາມາດເຂົ້າຮ່ວມພາລະກິດຂອງທ່ານທ່ານໄດ້ແນວໃດ.
ຮຽນຮູ້ເພີ່ມເຕີມກ່ຽວກັບຄູ່ຮ່ວມງານດ້ານຄວາມຮູ້ຂອງພວກເຮົາ, Audrey Tan
Audrey Tan ແມ່ນຜູ້ຮ່ວມກໍ່ຕັ້ງ Angels of Impact, Circles of Angels ແລະ PlayMoolah, ແລະ
ເປັນສະມາຊິກຂອງ Edmund Hillary Fellowship. ຮຽນຮູ້ເພີ່ມເຕີມກ່ຽວກັບເລື່ອງລາວຂອງລາວໄດ້ທີ່ນີ້. ການລົງທຶນຄັ້ງທຳອິດຂອງ Audrey Tan ແມ່ນການຮ່ວມກໍ່ຕັ້ງ PlayMoolah, ເຊິ່ງເປັນວິສາຫະກິດສັງຄົມທີ່ໃຫ້ຄວາມຮູ້ແກ່ເດັກ, ຜູ້ປົກຄອງ ແລະ ໄວໜຸ່ມ ກ່ຽວກັບການບໍລິຫານເງິນ. ໜຶ່ງໃນພາລະກິດຂອງລາວໃນປີ 2016, ລາວໄດ້ຮ່ວມກໍ່ຕັ້ງ Angels of Impact ເພື່ອຊ່ວຍຫຼຸດຜ່ອນຄວາມທຸກຍາກ ແລະ ສົ່ງເສີມຄວາມເທົ່າທຽມທາງເພດ ໂດຍການເຊື່ອມຕໍ່ບັນດານັກລົງທຶນ ແລະ ທີ່ປຶກສາ ໃຫ້ແກ່ວິສາຫະກິດສັງຄົມທີ່ນໍາພາໂດຍແມ່ຍິງ ໃນບັນດາປະເທດອາຊຽນ. Circles of Angels ແມ່ນເຄືອຂ່າຍແຫຼ່ງທຶນ ເພື່ອສ້າງໂອກາດທີ່ດີຕໍ່ສັງຄົມທາງດ້ານການລົງທຶນ, ໂດຍນໍາໃຊ້ເຕັກໂນໂລຊີ ບລ໌ອກເຊນ (blockchain). ເຊິ່ງເປັນແພັດຟອມທີ່ໂປ່ງໃສ ໂດຍນໍາໃຊ້ເຄື່ອງມືທີ່ງ່າຍດາຍ ແຕ່ສົມບູນເພື່ອສະແດງພາບ ແລະ ປັບປ່ຽນຮູບແບບການເຮັດທຸລະກິດທີ່ມີຜົນຕໍ່ທຶນທັງໝົດ – ນັບຕັ້ງແຕ່ຜູ້ໃຫ້ທຶນໂດຍກົງ ໄປຈົນເຖິງວິສາຫະກິດສັງຄົມ.