[SB102/Lao] ການສະເໜີຂາຍຢ່າງວ່ອງໄວ (Elevator Pitch)

ການສະເໜີຂາຍຢ່າງວ່ອງໄວ (Elevator Pitch) ແມ່ນຫຍັງ? ທ່ານລອງຈິນຕະນາການເບິ່ງວ່າ ທ່ານກໍາລັງຢູ່ໃນລິບ (ຫຼື ຢູ່ໃນສະຖານະການທີ່ບໍ່ໄດ້ວາງແຜນໄວ້ລ່ວງໜ້າ) ກັບໜຶ່ງໃນນັກລົງທຶນທີ່ມີທ່າແຮງຂອງທ່ານ (ລູກຄ້າ, ຄູ່ຮ່ວມງານ, ອື່ນໆ). ທ່ານຈະເຮັດແນວໃດເພື່ອດຶງດູດຄວາມສົນໃຈ ແລະ ໂນ້ມນ້າວໃຫ້ພວກເຂົາເຂົ້າຮ່ວມພາລະກິດຂອງທ່ານ?

ການສະເໜີຂາຍຢ່າງວ່ອງໄວ ແມ່ນການໃຫ້ຂໍ້ມູນກ່ຽວກັບວຽກງານຂອງທ່ານຢ່າງກະທັດຫັດ ພາຍໃນເວລາ 60 ວິນາທີ. “ການສະເໜີຂາຍຢ່າງວ່ອງໄວ ຫຼື elevator pitch” ມາຈາກແນວຄວາມຄິດຂອງຄົນທີ່ມີໂອກາດໃນການນຳສະເໜີຄວາມຝັນຂອງພວກເຂົາໃຫ້ກັບລູກຄ້າ/ນັກລົງທຶນ/ຜູ້ຖືຫຸ້ນ ໃນໄລຍະເວລາສັ້ນ. ເປົ້າໝາຍຂອງ ການສະເໜີຂາຍຢ່າງວ່ອງໄວ ບໍ່ແມ່ນເພື່ອໃຫ້ກຸ່ມເປົ້າໝາຍຂອງທ່ານໄດ້ຮັບຂໍ້ມູນຫຼາຍເກີນໄປ ແຕ່ເພື່ອດຶງດູດຄວາມສົນໃຈ ແລະ ການໄດ້ຮັບຄໍາຖາມຈາກກຸ່ມເປົ້າໝາຍຂອງທ່ານ.

 

ຮຽນຮູ້ເພີ່ມເຕີມກ່ຽວກັບຄູ່ຮ່ວມງານດ້ານຄວາມຮູ້ຂອງພວກເຮົາ:

Amarit ແມ່ນປະທານກຳມະການບໍລິຫານ ແລະ ຜູ້ຮ່ວມກໍ່ຕັ້ງ HUBBA ແລະ  Techsauce. ລາວຍັງເປັນສະມາຊິກຂອງ Edmund Hillary Fellowship (EHF), ແລະ ໄດ້ຕິດໜຶ່ງໃນລາຍຊື່ຂອງ Forbes Asia 30 Under 30: ວິສາຫະກິດເຕັກໂນໂລຊີ, ແລະ ໄດ້ຮັບລາງວັນ Thailand Startup Enabler ປີ 2016. ລາວໄດ້ປະກອບສ່ວນເຂົ້າໃນການດໍາເນີນທຸລະກິດ ຫຼາຍກວ່າ 20 ທຸລະກິດ ນັບຕັ້ງແຕ່ໄລຍະລິເລີ່ມ ໃນທົດສະຫວັດທີ່ຜ່ານມາ ໃນຖານະນັກລົງທຶນອິດສະຫຼະ (Angel Investor) ຫຼື ທີ່ປຶກສາ. ລາວຍັງເປັນຄູຝຶກ ແລະ ໃຫ້ຄຳປຶກສາກ່ຽວກັບລະບົບນິເວດທຸລະກິດ ແລະ ເປັນຜູ້ນຳພາໃນການສ້າງຊຸມຊົນດ້ານເຕັກໂນໂລຊີ ຫຼາຍກວ່າ 30 ຕົວເມືອງ.

ບົດຮຽນ

1
ບົດທີ 1: ການສະເໜີຂາຍຢ່າງວ່ອງໄວແມ່ນຫຍັງ?
2
ບົດທີ 2: ການສ້າງການສະເໜີຂາຍຢ່າງວ່ອງໄວຂອງທ່ານ ດ້ວຍຮ່າງທີ່ງ່າຍດາຍ
3
ບົດທີ 3: ເຄັດລັບຈາກລຸ້ນເອື້ອຍອ້າຍ
4
ບົດທີ 4: ຕົວຢ່າງຈາກລຸ້ນເອື້ອຍອ້າຍທີ່ເປັນຜູ້ກໍ່ຕັ້ງ
5
ບົດທີ 5: ຄໍາແນະນຳໃນການບັນທຶກ ການສະເໜີຂາຍຢ່າງວ່ອງໄວ ທີ່ດີທີ່ສຸດ
6
ບົດທີ 6: ການສົ່ງວິດີໂອການສະເໜີຂາຍຢ່າງວ່ອງໄວຂອງທ່ານ