[SB103/Lao] ການນໍາສະເໜີທີ່ສົມບູນແບບ

ສະໄລປະກອບການນໍາສະເໜີທີ່ດີ (pitch deck) ແມ່ນໜຶ່ງໃນເຄື່ອງມືທີ່ສຳຄັນທີ່ສຸດ ສໍາລັບ ທຸລະກິດທີ່ເກີດຂຶ້ນໃໝ່. ເປັນວິທີທີ່ດີ ໃນການນຳສະເໜີພາລະກິດ ແລະ ວິໄສທັດຂອງທ່ານ ຕໍ່ຜູ້ຊົມ ແລະ ກຸ່ມເປົ້າໝາຍຂອງທ່ານ ໃຫ້ເຂົ້າຮ່ວມການຈັດຕັ້ງປະຕິບັດ.

ບົດຮຽນກ່ຽວກັບການນໍາສະເໜີທີ່ສົມບູນແບບ ສາມາດຊ່ວຍໃຫ້ທ່ານເລົ່າເລື່ອງລາວຂອງທ່ານ ແລະ  ຂໍຄວາມຮ່ວມມືຈາກກຸ່ມເປົ້າໝາຍຂອງທ່ານ ເພື່ອປະກອບສ່ວນຈັດຕັ້ງປະຕິບັດພາລະກິດ ໄດ້ຢ່າງກວ້າງຂວາງ. ສຸດຍອດເຄັດລັບ – ການຝຶກຝົນ, ມີພຽງແຕ່ການຝຶກຝົນເທົ່ານັ້ນ ຈຶ່ງຈະສາມາດນໍາສະເໜີໄດ້ຢ່າງສົມບູນແບບ.

3 ຂໍ້ຜິດພາດທີ່ຄົນມັກເຮັດຫຼາຍທີ່ສຸດໃນລະຫວ່າງການນໍາສະເໜີໃນວິດີໂອນີ້ ເຊິ່ງທ່ານສາມາດແກ້ໄຂໄດ້:

  • ການກຳນົດບັນຫາ – ໃຫ້ສອດຄ່ອງກັບກຸ່ມເປົ້າໝາຍຂອງທ່ານ, ເກັບກຳຂະໜາດຂອງບັນຫາ, ແລະ ນຳສະເໜີໂອກາດດ້ານການຕະຫຼາດ.
  • ການແຂ່ງຂັນ – ສະແດງໃຫ້ເຫັນວ່າ ທ່ານເຂົ້າໃຈກ່ຽວກັບຕະຫຼາດຂອງທ່ານ ໂດຍການກ່າວເຖິງທຸລະກິດຕ່າງໆທີ່ທ່ານສາມາດຮຽນຮູ້ນຳໄດ້, ການທົດແທນ ແລະ ວິທີແກ້ໄຂທີ່ມີຢູ່ ທີ່ທ່ານສາມາດເສີມສ້າງໄດ້.
  • ການເອີ້ນຄວາມສົນໃຈຈາກລູກຄ້າ – ເປັນຫຍັງທ່ານຈຶ່ງນໍາສະເໜີໃຫ້ກັບລູກຄ້າຂອງທ່ານ? ໃຫ້ກ່າວເຖິງວ່າ ທ່ານຕ້ອງການຄວາມຊ່ວຍເຫຼືອຫຍັງ, ແລະ  ຜົນຕອບແທນຈາກການລົງທຶນ (ROI) ແລະ  ຜົນປະໂຫຍດທີ່ຈະໄດ້ຮັບແມ່ນຫຍັງ? ຜົນປະໂຫຍດດັ່ງກ່າວແມ່ນຜົນກໍາໄລທາງການເງິນ, ອະນາຄົດທີ່ຍືນຍົງ, ການດຳລົງຊີວິດທີ່ດີຂຶ້ນ ຫຼື ການໃຫ້ການສຶກສາບໍ? ຂໍ້ສະເໜີໃດຂອງທ່ານທີ່ສຳຄັນຕໍ່ກຸ່ມເປົ້າໝາຍຂອງທ່ານ?

ຮຽນຮູ້ເພີ່ມເຕີມກ່ຽວກັບຄູ່ຮ່ວມງານດ້ານຄວາມຮູ້ຂອງພວກເຮົາ: Amarit Charoenphan (Aim) 

Amarit ແມ່ນປະທານກຳມະການການບໍລິຫານ ແລະ ຜູ້ຮ່ວມກໍ່ຕັ້ງ HUBBA ແລະ Techsauce. ລາວຍັງເປັນສະມາຊິກຂອງ Edmund Hillary Fellowship (EHF), ແລະ ໄດ້ຕິດໃນລາຍຊື່ຂອງ Forbes Asia 30 Under 30: ວິສາກະກິດເຕັກໂນໂລຊີ, ແລະ ໄດ້ຮັບລາງວັນ Thailand Startup Enabler ປີ 2016. ລາວໄດ້ປະກອບສ່ວນເຂົ້າໃນການດໍາເນີນທຸລະກິດ ຫຼາຍກວ່າ 20 ທຸລະກິດ ນັບຕັ້ງແຕ່ໄລຍະລິເລີ່ມ ໃນທົດສະຫວັດທີ່ຜ່ານມາ ໃນຖານະນັກລົງທຶນອິດສະຫຼະ (Angel Investor) ຫຼື ທີ່ປຶກສາ. ລາວຍັງເປັນຄູຝຶກ ແລະ ໃຫ້ຄຳປຶກສາກ່ຽວກັບລະບົບນິເວດທຸລະກິດ ແລະ ເປັນຜູ້ນຳພາໃນການສ້າງຊຸມຊົນດ້ານເຕັກໂນໂລຊີ ຫຼາຍກວ່າ 30 ຕົວເມືອງ.

ບົດຮຽນ

1
ພາກທີ 1: ການນໍາສະເໜີທີ່ສົມບູນແບບແມ່ນຫຍັງ?
2
ພາກທີ 2: ຮ່າງທີ່ງ່າຍດາຍສໍາລັບການນໍາສະເໜີທີ່ສົມບູນແບບ
3
ພາກທີ 3: ເຄັດລັບໃນການເຮັດໃຫ້ການນໍາສະເໜີຂອງທ່ານໜ້າສົນໃຈ
4
ພາກທີ 4: ແຮງບັນດານໃຈໃນການນໍາສະເໜີຢ່າງໝັ້ນໃຈ
5
ພາກທີ 5: ເຄື່ອງມື ແລະ ຕົວຢ່າງດີໆ
6
ພາກທີ 6: ການສົ່ງບົດນໍາສະເໜີທີ່ສົມບູນແບບຂອງທ່ານ (ສະໄລ໌)