[SB104/Lao] ຜູ້ໃຊ້ ແລະ ການເຂົ້າເຖິງຕະຫຼາດ

ທ່ານສາມາດເຮັດຫຍັງໄດ້ແດ່ ໃນຖານະທີ່ເປັນຜູ້ສ້າງທຸລະກິດໜຸ່ມ (young startup) ເພື່ຶອສ້າງຄຸນຄ່າຂອງສິ່ງທີ່ທ່ານກຳລັງສ້າງຢູ່? ການເລົ່າເຖິງເລື່ອງລາວຂອງຜູ້ໃຊ້ຂອງທ່ານ ແມ່ນເປັນຈຸດເລີ່ມຕົ້ນທີ່ດີ, ແລະ ການໃຫ້ຂໍ້ມູນ ແລະ  ຕົວເລກສະຖິຕິ ເພື່ອສະໜັບສະໜູນທຸລະກິດຂອງທ່ານສາມາດຊ່ວຍລະດົມຊັບພະຍາກອນໃຫ້ທ່ານໄດ້. ກະລຸນາອ່ານເບິ່ງຄຳຖາມຢູ່ທີ່ບົດເຝິກຫັດ ແລະ ເລົ່າເລື່ອງລາວຂອງທ່ານນໍາກັນ! ນີ້ແມ່ນພາກທີ 2 ຕໍ່ຈາກ ເຈ້ຍໜຶ່ງໃບ, ເຊິ່ງທ່ານສາມາດນໍາໃຊ້ ເພື່ອສະແດງຜົນງານຂອງທ່ານ ໃນງານວາງສະແດງ ແລະ ສາມາດນໍາໃຊ້ສຳລັບການສື່ສານຕ່າງໆ.

ຮຽນຮູ້ເພີ່ມເຕີມກ່ຽວກັບຄູ່ຮ່ວມງານດ້ານຄວາມຮູ້ຂອງພວກເຮົາ: Nisha Oswal Nisha ແມ່ນຜູ້ປະສານງານເພື່ອສະໜັບສະໜູນຜູ້ສ້າງທຸລະກິດໜຸ່ມ ປະຈໍາ UNDP Youth Co:Lab. ລາວມີປະສົບການຫຼາກຫຼາຍດ້ານການອອກແບບ ແລະ ການພັດທະນາ, ຊ່ວຍເຫຼືອສິນລະປະກອນ, ແມ່ຍິງ ແລະ ໄວໜຸ່ມ ຢູ່ໝູ່ບ້ານຂອງປະເທດອິນເດຍ; ລາວຍັງເປັນຜູ້ປະກອບການ, ນັກຂ່າວ ແລະ ຜູ້ໃຫ້ການສຶກສາຢູ່ທີ່ແວນຄູເວີ້, ປະເທດຄານາດາ; ອາຊີບຂອງລາວໄດ້ຖືກຜູກມັດໄປກັບວຽກງານການບໍລິການຢ່າງມີເປົ້າໝາຍ. ລາວຈົບການສຶກສາລະດັບປະລິນຍາໂທໃນສາຂາການອອກແບບ ແລະ ພັດທະນາແຜ່ນແພ, ແລະ ຕອນນີ້ລາວໄດ້ໃຊ້ຄວາມສາມາດ, ຄວາມມັກຮັກ, ແລະ ຄວາມເປັນມືອາຊີບ ແລະ ທັກສະທີ່ຫຼາກຫຼາຍ ເພື່ອສະໜັບສະໜູນວຽກງານຂອງ UNDP, ເພື່ອສືບຕໍ່ພາລະກິດໃນການປັບປຸງ ແລະ ສ້າງຜົນສະທ້ອນດ້ານບວກໃຫ້ແກ່ປະຊາຊົນ, ແລະ ເພີ່ມຄຸນະພາບໃນການດໍາລົງຊີວິດ. ວຽກງານຂອງລາວຕິດພັນກັບການໃຫ້ຄໍາປຶກສາ ແລະ ເຝິກອົບຮົມນັກຕໍ່າຫູກ ແລະ ສິນລະປະກອນ, ໂດຍສະເພາະແມ່ນແມ່ຍິງ ແລະ ໄວໜຸ່ມ, ຢູ່ໃນບາງພື້ນທີ່ທີ່ຢູ່ເຂດຫ່າງໄກສອກຫຼີກຂອງປະເທດອິນເດຍ, ເພື່ອສະໜັບສະໜູນພວກເຂົາໃນການສ້າງຜະລິດຕະພັນ ໃຫ້ກັບຕະຫຼາດພາຍໃນ ແລະ ຕະຫຼາດສາກົນ.

ບົດຮຽນ

1
ພາກທີ 1: ຜູ້ໃຊ້ ແລະ ການເຂົ້າເຖິງຕະຫຼາດແມ່ນຫຍັງ?
2
ພາກທີ 2: ຮ່າງທີ່ງ່າຍດາຍສໍາລັບຜູ້ໃຊ້ ແລະ ການເຂົ້າເຖິງຕະຫຼາດ
3
ພາກທີ 3: ອະທິບາຍແຕ່ລະອົງປະກອບທີ່ຢູ່ໃນຮ່າງ
4
ພາກທີ 4: ການສົ່ງຮ່າງຜູ້ໃຊ້ ແລະ ການເຂົ້າເຖິງຕະຫຼາດຂອງທ່ານ