[SB105/Lao] ກໍລະນີເພື່ອການສະໜັບສະໜູນ

ກໍລະນີເພື່ອການສະໜັບສະໜູນແມ່ນຫຍັງ?
ກໍລະນີເພື່ອການສະໜັບສະໜູນ ແມ່ນເອກະສານທີ່ໃຊ້ບອກຜູ້ໃຫ້ທຶນ ແລະ ຜູ້ສະໜັບສະໜູນທີ່ມີທ່າແຮງຮັບຮູ້ວ່າ ອົງການຂອງທ່ານຄາດຫວັງທີ່ຈະບັນລຸຫຍັງ ດ້ວຍການສະໜັບສະໜູນຂອງຊັບພະຍາກອນພວກເຂົາ (ຊັບພະຍາກອນທາງການເງິນ ແລະ ຊັບພະຍາກອນອື່ນໆ). ຈຸດປະສົງຂອງເອກະສານ ແມ່ນເພື່ອຊັກຊວນໃຫ້ຜູ້ສະໜັບສະໜູນຮ່ວມມືກັບທ່ານ ເພື່ອສ້າງຜົນກະທົບຮ່ວມກັນ.
ສາມາດນໍາໃຊ້ເອກະສານນີ້ໄດ້ຢູ່ໃສແດ່?
- ນີ້ແມ່ນພາກທີ 3 ຕໍ່ຈາກ ເຈ້ຍໜຶ່ງໃບ ແລະ ຜູ້ໃຊ້ ແລະ ການເຂົ້າເຖິງຕະຫຼາດ, ເຊິ່ງທ່ານສາມາດນໍາໃຊ້ ເພື່ອສະແດງຜົນງານຂອງທ່ານ ໃນງານວາງສະແດງ ແລະ ສາມາດນໍາໃຊ້ສຳລັບການສື່ສານຕ່າງໆ
- ທ່ານສາມາດແບ່ງປັນເອກະສານນີ້ ກັບຄູ່ຮ່ວມງານຂອງພວກເຮົາທີ່ສະໜັບຜູ້ປະກອບການໜຸ່ມ
- ຜູ້ຊົມຄວນເປັນຜູ້ສະໜັບສະໜູນກຸ່ມເປົ້າໝາຍ / ຄູ່ຮ່ວມງານທີ່ທ່ານກໍາລັງພະຍາຍາມຈະຊັກຊວນ
ຮຽນຮູ້ເພີ່ມເຕີມກ່ຽວກັບຄູ່ຮ່ວມງານດ້ານຄວາມຮູ້ຂອງພວກເຮົາ:
Zahin ແມ່ນຜູ້ປະສານງານເພື່ອສະໜັບສະໜູນຜູ້ສ້າງທຸລະກິດໜຸ່ມ ປະຈໍາ Youth Co:Lab. ລາວໄດ້ນໍາເອົາພື້ນຖານໃນການລະດົມທຶນ, ການຮ່ວມມືກັບຫຼາຍພາກສ່ວນ, ແລະ ການດໍາເນີນວິສາຫະກິດເພື່ອສັງຄົມ ເພື່ອຝຶກອົບຮົມໃຫ້ກັບຜູ້ປະກອບການໜຸ່ມ ເພື່ອໃຫ້ພວກເຂົາສາມາດບັນລຸບາດກ້າວຕໍ່ໄປໃນການເຕີບໂຕທຸລະກິດຂອງພວກເຂົາ. ໃນຂະນະທີ່ລາວກຳລັງສຶກສາຕໍ່ປະລິນຍາໂທດ້ານການບໍລິຫານທຸລະກິດ ຢູ່ທີ່ປະເທດເກົາຫຼີ, ລາວຍັງຮັບຜິດຊອບການອອກແບບຄູ່ມືສໍາລັບການປະກອບການທີ່ແນໃສ່ການສ້າງຜົນກະທົບ (impact-focused entrepreneurship sandbox) ຢູ່ທີ່ມະຫາວິທະຍາໄລຮັນຢາງ (Hanyang University), ເຊິ່ງໄວໜຸ່ມສາມາດເຂົ້າເຖິງການຝຶກອົບຮົມ, ເຄື່ອຂ່າຍ ແລະ ທຶນຕ່າງໆໄດ້. ກ່ອນໜ້ານີ້ Zahin ໄດ້ເຮັດວຽກໃນຕໍາແໜ່ງຫົວໜ້າດ້ານການຮ່ວມມື ຂອງໂຄງການໄວໜຸ່ມອາຊຽນ (Youth for Asia) ຢູ່ທີ່ທະນາຄານພັດທະນາອາຊີ (ADB), ເຊິ່ງລາວເປັນຜູ້ນໍາພາການສື່ສານ ເພື່ອສ້າງກອງທຶນສໍາລັບການສຶກສາ Education Trust Fund ທີ່ມີມູນຄ່າຫຼາຍລ້ານໂດລາ ເພື່ອເປັນທຶນສໍາລັບໂຄງການນະວັດຕະກໍາການສຶກສາ.